ກອງປະຊຸມໃຫຍ່ ຄັ້ງທີ II ໜ່ວຍພັກໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງສາລະວັນ
ກອງປະຊຸມໃຫຍ່ ຄັ້ງທີ II ໜ່ວຍພັກໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງສາລະວັນ ໄດ້ໄຂຂື້ນ ໃນຕອນເຊົ້າ ຂອງວັນທີ 24 ມັງກອນ 2025 ທີ່ຫ້ອງປະຊຸມ ຝຶກອົບຮົມວິຊາຊີບ ຂອງໂຮງຮຽນເຕັກນິກ-ວິຊາາຊີບແບບປະສົມແຂວງສາລະວັນໃຫ້ກຽດເປັນປະທານຂອງສະຫາາຍ ສິດທິເດດ ຈັນທະບຸດດີ ເລຂາໜ່ວຍພັກ ຮຕ.ສວ ໂດຍເປັນປະທານຮ່ວມຂອງສະຫາຍ ສຸນີ ນາມມະບົວລີ ເລຂາຄະນະພັກຮາກຖານ ພະແນກສຶກສາທິການ ແລະ ກິລາ ແຂວງສາລະວັນ ແລະ ສະຫາຍ ວຽງແກ້ວ ຈັນເບັງແສງ ອານຸກໍາມະການເນື້ອໃນກອງປະຊຸມ
ມີຜູ້ເຂົ້າຮ່ວມທັງໝົດ 19 ສະຫາຍ, ຍິງ 4 ສະຫາຍ. ກອງປະຊຸມໄດ້ດໍາເນີນການປ່ອນບັດເລືອກເອົາຄະນະໜ່ວຍພັກຊຸດໃໝ່
ກອງປະຊຸມໃຫ່ຍ ໄດ້ເລືອກຕັ້ງອົາຄະນະໜ່ວຍພັກ 3 ສະຫາຍ, ຍິງ 0 ສະຫາຍ ເຊິ່ງປະກອບດ້ວຍບັນດາສະຫາຍທີ່ມີອາຍຸກະສຽນດັ່ງນີ້:
· ອາຍຸ 60 ຂຶ້ນໄປ ມີ 0 ສະຫາຍ, ຍິງ 0 ສະຫາຍ ກວມເອົາ 0%ກອງປະຊຸມຄັ້ງປະຖົມມະລຶກ ຂອງໜ່ວຍພັກໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງສາລະວັນ ໄດ້ເລືອກເອົາຄະນະໜ່ວຍພັກ, ປະທານປະທານກວດກາ ແລະ ເປັນເອກະສັນເລືອກເອົາ, ເລຂາ, ຮອງເລຂາຄະນະພັກດັ່ງນີ້:
· ອາຍຸ 46 ປີ ຫາ 59 ປີ ມີ 2 ສະຫາຍ, ຍິງ 0 ສະຫາຍ ກວມເອົາ 66,66%
· ອາຍຸ 45 ປີ ລົງມາມີ 1 ສະຫາຍ, ຍິງ 0 ສະຫາຍ ກວມເອົາ 33,33%
· ອາຍຸ ສູງສຸດ 50 ປີ, ອາຍຸຕໍ່າສູດ 43 ປີ,ອາຍຸສະເລ່ຍ 46 ປີ,
v ເລືອກຕັ້ງເອົາເລຂາ, ຮອງເລຂາໄດ້ດັ່ງນີ້ :
1. ສະຫາຍ ສິດທິເດດ ຈັນທະບຸດດີ ເປັນເລຂາໜ່ວຍພັກຊຸດໃໝ່
2. ສະຫາຍ ແອ ຍາແສງ ເປັນຮອງເລຂາໜ່ວຍພັກຊຸດໃໝ່
3. ສະຫາຍ ບຸນມີ ໂນນທະໃສ ເປັນຄະນະໜ່ວຍພັກຊຸດໃໝ່ ທັງແມ່ນຜູ້ເຮັດວຽກກວດກາ.
ບັນດາສະຫາຍຄະນະໜ່ວຍພັກທີ່ເຂົ້າການປະຕິວັດກ່ອນປີ 1975 ມີ 0 ສະຫາຍ, ກວມເອົາ 0% ແລະ ເຂົ້າການປະຕິວັດຫຼັງປີ 1975 ເຖິງປະຈຸບັນມີ 3 ສະຫາຍ ກວມເອົາ 100% ບັນດາສະຫາຍທີ່ໄດ້ຮັບການເລືອກຕັ້ງຄັ້ງນີ້ ລ້ວນແຕ່ແມ່ນບຸກຄົນທີ່ມີຄວາມຮູ້, ຄວາມສາມາດ, ມີລະດັບທິດສະດີ, ການສຶກສາ, ວິຊາສະເພາະ, ມີປະສົບການ ແລະ ເປັນຕົວແທນໃຫ້ແກ່ສະມາຊິກແຕ່ລະຂົງເຂດ: ໄດ້ຜ່ານການຝຶກຝົນຫຼໍ່ຫຼອມ, ທົດສອບຈາກຂະບວນການຕົວຈິງ.
ການເລືອກຕັ້ງເອົາຄະນະໜ່ວຍພັກໃນເທື່ອນີ້ ໄດ້ດໍາເນີນໄປຢ່າງມີປະຊາທິປະໄຕ, ສະແດງເຖິງສະຕິປັນຍາ ແລະ ຄວາມສາມະຄີ ເປັນເອກະພາບ ທີ່ເປັນມູນເຊື້ອອັນດີງາມຂອງພັກ, ຮັບປະກັນໄດ້ລັກສະນະສືບທອດ ແລະ ຕໍ່ເນື່ອງ. ດ້ວຍຄວາມໄວ້ເນື້ອເຊື່ອໃຈຈາກຜູ້ແທນ ບັນດາສະຫາຍກໍາມະການພັກ ທີ່ໄດ້ຮັບການເລືອກຕັ້ງຈາກກອງປະຊຸມໃຫ່ຍຄັ້ງນີ້ ຈະຕ້ອງສຸມທຸກສະຕິປັນຍາ, ຄວາມຮູ້, ຄວາມສາມາດ ແລະ ສາມະຄີເປັນຈິດໜຶ່ງໃຈດຽວ ເພື່ອແບກຫາບພາລະໜ້າທີ່ອັນສູງສົ່ງ ແລະ ໜັກໜ່ວງທີ່ກອງປະຊຸມໃຫ່ຍຄັ້ງນີ້ມອບໝາຍໃຫ້.
ກອງປະຊຸມໃຫ່ຍຄັ້ງນີ້ ສຸດທີມີຄວາມໝາຍ ແລະ ເປັນກຽດຢ່າງສູງ ຮັບຟັງການໂອ້ລົມຈາກ ສະຫາຍ ສຸນີ ນາມມະບົວລີ ເຊິ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການຊີ້ນໍາ-ນໍາພາຂອງຄະນະພັກຊຸດເກົ່າ ທີ່ໄດຊີ້ນໍາ-ນໍາພາພະນັກງານ, ສະມາຊິກພັກ, ປະຊາຊົນ ປະຕິບັດໜ້າທີ່ການເມືອງຂອງຕົນ, ຍາດໄດ້ຜົນສໍາເລັດຫຼາຍດ້ານ, ພ້ອມກັນນັ້ນສະຫາຍຍັງໄດ້ສະແດງຄວາມເປັນຫ່ວງເປັນໄຍ ດ້ານອ່ອນ, ຂໍ້ຄົງຄ້າງ, ເຊິ່ງໄດ້ຮຽກຮ້ອງໃຫ້ຄະນະພັກຊຸດໃໝ່ ຈະຕ້ອງໄດ້ສືບຕໍ່ປັບປຸງ, ແກ້ໄຂ ຈາກນັ້ນສະຫາຍໃຫ້ທິດຊີ້ນໍາວຽກງານແຕ່ລະດ້ານ ໃນທາງທີ່ສ້າງສັນສະຫາຍມີຄວາມເຊື່ອໝັ້ນຕໍ່ຄະນະພັກຊຸດໃໝ່ທີ່ຈະສືບຕໍ່ຊີ້ນໍາ-ນໍາພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍຂອງ ໜ່ວຍພັກໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງສາລະວັນ ໃຫ້ຍາດໄດ້ຜົນງານ ແລະ ຜົນສໍາເລັດຍິ່ງໃຫ່ຍກ່ວາເກົ່າ.
ກອງປະຊຸມໄດ້ຮຽກຮ້ອງມາຍັງສະມາຊິກພັກ, ພະນັກງານ ແລະ ປະຊາຊົນບັນດາເຜົ່າ ຈົ່ງໄດ້ເຊີີດຊູສະຕິ ແລະ ຄວາມຮັບຜິດຊອບການເມືອງຂອງຕົນໃຫ້ສູງຂື້ນເລື້ອຍໆ ເຮັດໃຫ້ວຽກງານກໍ່ສ້າງພັກໃຫ້ເຂັ້ມແຂງ-ຮູ້ນໍາພາຮອບດ້ານ. ຫັນປ່ຽນໃໝ່ທີ່ຕັ້ງໜ້າເຮັດໃຫ້ພັກມີຄວາມປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ.
ຮອດເວລາ 12 ໂມງ 00 ນາທີ ຂອງວັນດຽວກັນ ກອງປະຊຸມກໍ່ໄດ້ຊີ້ນສຸດລົງຢ່າງເປັນການ.