ກອງປະຊຸມ ສະຫຼຸບວຽກງານງົບປະມານ ແລະ ການເງິນ ປະຈໍາປີ 2024
ຂອງໂຮງຮຽນເຕັກນິກ-ວິຊາຊີບ ແບບປະສົມ ແຂວງສາລະວັນ
ໃນຕອນເຊົ້າຂອງວັນທີ 3/2/2025 ທີ່ຫ້ອງປະຊຸມຂອງໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງສາລະວັນ ໄດ້ດໍາເນີນກອງປະຊຸມ ສະຫຼຸບວຽກງານງົບປະມານ ພາຍໃນໂຮງຮຽນ
ໂດຍໃຫ້ກຽດນໍາພາຂອງທ່ານ ສິດທິເດດ ຈັນທະບຸດດີ ຜູ້ອໍານວຍການໂຮງຮຽນ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ ຈໍານວນ 15 ທ່ານ, ຍິງ 3 ທ່ານ. ໃນນັ້ນ, ປະກອບມີ ຄະນະອໍານວຍການໂຮງຮຽນ, ບັນດາຫົວໜ້າພະແນກ ແລະ ຮອງພະແນກການທີ່ຂື້ນກັບໂຮງຮຽນ, ຕາງໜ້້າອົງການຈັດຕັ້ງພັກ ແລະ ສາມອົງການຈັດຕັ້ງມະຫາຊົນ ເຂົ້າຮ່ວມ
ຈຸດປະສົງຂອງກອງປະຊຸມແມ່ນເພື່ອສະຫຼຸບດ້ານງົບປະມານ ແລະ ວາງແຜນການເບີກຈ່າຍໃສ່ກັບວຽກງານບໍລິຫານຊອງໂຮງຮຽນ ໃນປີ 2025 ແລະ ປະປຸງບັນດານິຕິກໍາ, ຂໍ້ກໍານົດຂອງໂຮງຮຽນຄືນໃໝ່ ເພື່ອເຮັດໃຫ້ງົບປະມານປີນີ້ ນໍາໃຊ້ຢ່າງພຽງພໍ່ ແລະ ສົມດູນກັນ.